ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຂົ້າຮ່ວມກອງປະຊຸມຂອງ ຄະນະກຳມາທິການບັນດາເຜົ່າ ຂອງສະພາແຫ່ງຊາດ ຄັ້ງວັນທີ 4-5 ມີນາ 2024 ທີ່ ເມືອງວັງວຽງ ແຂວງວຽງຈັນ
ກອງປະຊຸມໄດ້ໄຂຂຶ້ນໃນ ວັນທີ 4 ມີນາ 2024 ທີ່ ເມືອງວັງວຽງ ແຂວງວຽງຈັນໂດຍເປັນປະທານ ຂອງ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານບັນດາເຜົ່າ, ເປັນປະທານຮ່ວມໂດຍ ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ ; ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ-ປ່າໄມ້ ແລະ ເຂົ້າຮ່ວມກອງປະຊຸມມີ ຮອງປະທານສະພາປະຊາຊົນຂັ້ນແຂວງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ-ບັນດາເຜົ່າ, ກຳມາການຂອງກຳມາທິການບັນດາເຜົ່າປະຈຳເຂດເລືອກຕັ້ງທົ່ວປະເທດ, ຄະນະນຳກຳມາທິການບັນດາເຜົ່າ , ບັນດາກົມຂອງຫ້ອງວ່າການ,ກົມທີ່ກ່ຽວຂ້ອງອ້ອມຂ້າງສູນກາງ, ຄະນະກົມ, ວິຊາການຂອງ ກຳມາທິການບັນດາເຜົ່າ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ ແລະ ເຜີຍແຜ່ບັນດາເອກະສານສຳຄັນເຊັ່ນ: (1) ບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ແລະ ສະເໜີຜົນການຕິດຕາມກວດກາບັນດາຄາດໝາຍດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມມະຕິ 82/ສພຊ ໄລຍະຜ່ານມາ;(2) ສະເໜີນິຕິກຳ ກ່ຽວກັບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມຄຳສັ່ງຂອງກົມການເມືອງສູນກາງພັກສະບັບເລກທີ 097/ກມສມ ລົງວັນທີ 18 ກຸມພາ 2020, (3)ຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ233/ຄລສພ ລົງວັນທີ 7 ພະຈິກ 2022; ການກຳນົດຈຸດສຸມພັດທະນາທີ່ເປັນບຸລິມະສິດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໄລຍະ 2021-2025 ຕາມຂໍ້ຕົກລົງສະບັບເລກທີ່ 72/ສຍ ລົງວັນທີ 11 ສິງຫາ 2022 ແລະ ການພັດທະນາບັນດາຈຸດສຸມທີ່ກຳນົດໄວ້; (4) ສະເໜີມາດຕະການພົ້ນທຸກ ແລະ ມາດຕະການພັດທະນາ ຕາມດຳລັດສະບັບເລກທີ່ 348/ລບ,ລົງວັນທີ 16 ພະຈິກ 2017;(5)ສະເໜີບາງເນື້ອໃນກົດໝາຍ ແລະ ຜົນການຈັດສັນພູມລຳເນົາ ແລະ ອາຊີບ ຕາມກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ສະບັບເລກທີ 45/ສພຊ, ລົງວັນທີ 15 ມິຖຸນາ 2018 ແລະ ຜົນການຈັດຕັ້ງປະຕິບັດ 25 ຈຸດສຸມຈັດສັນພູມລຳເນົາ ແລະ ອາຊີບຕາມຂໍ້ຕົກລົງສະບັບເລກທີ່ 72/ນຍ, ລົງວັນທີ 11/8/2022; (6) ສະເໜີບາງເນື້ອໃນມະຕິຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍກົນໄປປະສານງານລະຫວ່າງ ກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ກັບບັນດາກະຊວງ-ອົງການທີ່ກ່ຽວຂ້ອງສະບັບເລກທີ 109/ຄປຈ,ລົງວັນທີ11 /5/2023.
ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າໄດ້ກ່າວເປີດ ແລະ ຮຽກຮ້ອງມາຍັງກອງປະຊຸມວ່າ: ກອງປະຊຸມມີຄວາມສໍາຄັນຫຼາຍ ຊຶ່ງຈະໄດ້ຮັບຟັງການສະເໜີບົດຂອງກໍາມາທິການບັນດາເຜົ່າ, ກະຊວງກະສິກໍາປ່າໄມ້ ແລະ ແລກປ່ຽນບົດຮຽນໃນແຕ່ລະບັນຫາ, ດັ່ງທີ່ພວກເຮົາຮູ້ແລ້ວວ່າວິໄສທັດຮອດປີ 2030 ລັດເຮົາໄດ້ວາງຄາດໝາຍແກ້ໄຂຢ່າງສີ້ນເຊີງ; ປະຊາຊົນບັນດາເຜົ່າ ມີພູມລໍາເນົາ, ແຫຼ່ງລາຍຮັບໝັ້ນຄົງ, ເຂົ້າເຖິງການບໍລິການສາທາລະນະຢ່າງທົ່ວເຖິງ, ມີຄຸນນະພາບ, ຊົນນະບົດໄດ້ຮັບການພັດທະນາແບບຍຶນຍົງ ຢູ່ໃນລະດັບໃກ້ຄຽງກັບຕົວເມືອງ ແລະ ປະກອບສ່ວນສໍາຄັນເຂົ້າໃນການສ້າງທ່າໄດ້ປຽບໃນການເຊື່ອມໂຍງເສດຖະກິດກັບສາກົນ ແລະ ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ; ລະບົບການເມືອງ-ການປົກຄອງຂັ້ນຮາກຖານມີຄວາມໜັກແໜ້ນ, ເຂັ້ມແຂງຕາມທິດ 3 ສ້າງ; ທົ່ວສັງຄົມມີຄວາມສະຫງົບ-ປອດໄພ ຢ່າງໜັກແໜ້ນ, ແລະ ເພື່ອປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະວຽກງານພັດທະນາຊົນນະບົດໃຫ້ມີປະສິດທິພາບ, ປະສິດທິຜົນປະກອບສວ່ນທີ່ສໍາຄັນ, ມີໝາກຜົນນັ້ນ ຮຽກຮ້ອງມາຍັງບັນດາທ່ານຈົ່ງໄດ້ຍົກສູງຄວາມຮັບຜິດຊອບຂອງຕົນເພື່ອຄົ້ນຄວ້າ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງມີຈຸດສຸມເຂົ້າໃສ່ວຽກງານດັ່ງກ່າວ. ກອງປະຊຸມສໍາມະນາຄັ້ງນີ້ຈະເຂົ້າໃຈເພີ່ມເຕີມກ່ຽວກັບຄວາມຮັບຜິດຊອບ, ບັນດານິຕິກໍາ, ກົນໄກການປະສານງານ ລະຫວ່າງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງກັບຂະແໜງການຕ່າງໆທີ່ກ່ຽວຂ້ອງໃນຂົງເຂດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ຮຽກຮ້ອງບັນດາທ່ານພ້ອມກັນຄົ້ນຄ້ວາ, ກໍາແໜ້ນແນວທາງຢ່າງເລີກເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ຮັບການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການທີ່ວາງໄວ້ໃນແຕ່ລະໄລຍະ.