Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ຜ່ານຜົນປະເມີນຄວາມທຸກຍາກ ນໍາໃຊ້ເປັນຖານຂໍ້ມູນຫຼັກ ຍູ້ດັນຫຼຸດພົ້ນຈາກສະຖານະດ້ອຍພັດທະນາ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມ ຜ່ານຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາ ທ້າຍສະໄໝ ຕາມດຳລັດ 348/ລບ

ໃນວັນທີ 24 ເມສາ 2026, ທີ່ ນະຄອນຫຼວງວຽງຈັນ, ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ເປີດກອງປະຊຸມ ເພື່ອຜ່ານຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາ ທ້າຍສະໄໝ. ໃຫ້ກຽດເປັນປະທານໂດຍ ທ່ານ ກິແກ້ວ ສິງນາວົງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງລັດອ້ອມຂ້າງສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງເພື່ອ ຜ່ານບົດລາຍງານຜົນການປະເມີນ ສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ໃນທົ່ວປະເທດ ຕາມດໍາລັດ 348/ລບ, ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ. ໃນກອງປະຊຸມທ່ານ ປອ. ທັດສະກາ ສະພັງທອງ, ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ (ກສ) ໄດ້ລາຍງານ ແລະ ຍົກໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ. ໃນທ່າມກາງວິກິດການທາງດ້ານເສດຖະກິດ-ການເງິນ ແລະ ລາຄານໍ້າມັນທີ່ຜັນຜວນ, ແຕ່ດ້ວຍຄວາມຮັບຜິດຊອບສູງຂອງ ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ (ກສ) ຮ່ວມກັບພາກສ່ວນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ, ຈຶ່ງສາມາດສັງລວມ, ເກັບກໍາຂໍ້ມູນໃນທົ່ວປະເທດ ແລະ ສ້າງເປັນບົດລາຍງານຜົນການປະເມີນ ສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ເພື່ອຂໍຄວາມເອກະພາບ ແລ້ວຈຶ່ງນໍາສະເໜີຕໍ່ກອງປະຊຸມຂັ້ນການນຳ ເພື່ອຂໍການອະນຸມັດ ແລະ ປະກາດໃຊ້ຢ່າງເປັນທາງການຈາກລັດຖະບານ.

ຜົນຂອງການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຂອງບັນດາບ້ານ, ເມືອງ ແລະ ແຂວງ ໃນທົ່ວປະເທດ ໂດຍອີງໃສ່ມາດຕະຖານຂອງດໍາລັດ 348/ລບ. ສໍາລັບຄອບຄົວພົ້ນທຸກແມ່ນປະເມີນຕາມ 6 ມາດຕະຖານ, ບ້ານພົ້ນທຸກແມ່ນປະເມີນຕາມ 8 ມາດຕະຖານ ແລະ ເມືອງພົ້ນທຸກແມ່ນປະເມີນຕາມ 9 ມາດຕະຖານ. ຜ່ານການເກັບກໍາຂໍ້ມູນ ແລະ ປະເມີນຜົນໃນທົ່ວປະເທດ ມີຄອບຄົວພົ້ນທຸກແລ້ວຈໍານວນ 1,093,459 ຄອບຄົວ ຂອງຈໍານວນຄອບຄົວໃນທົ່ວປະເທດ, ມີບ້ານພົ້ນທຸກຈໍານວນ 6,240 ບ້ານ, ຂອງຈໍານວນບ້ານໃນທົ່ວປະເທດ ແລະ ມີເມືອງພົ້ນທຸກຈໍານວນ 82 ເມືອງ ຂອງຈໍານວນເມືອງໃນທົ່ວປະເທດ, ຄອບຄົວພັດທະນາມີຈໍານວນ 927,250 ຄອບຄົວ, ບ້ານພັດທະນາ 3,562 ບ້ານ ແລະ ເມືອງເຂັ້ມແຂງຮອບດ້ານ ມີ 21 ເມືອງ. ການປະເມີນຜົນຄັ້ງນີ້ ໄດ້ດຳເນີນເປັນລະບົບ ແລະ ຫັນເປັນທັນສະໄໝ ໂດຍນຳໃຊ້ແອັບພິເຄຊັ່ນ ແລະ ສ້າງຖານຂໍ້ມູນທີ່ຊັດເຈນ ເພື່ອຮັບປະກັນຄຸນນະພາບຂອງຂໍ້ມູນໃຫ້ມີຄວາມໜ້າເຊື່ອຖືສູງ.

ພາຍຫຼັງການຜ່ານບົດລາຍງານ, ບັນດາທ່ານຜູ້ຕາງໜ້າຈາກກະຊວງ ອົງການຕ່າງໆໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ຕາມຂະແໜງການ ເພື່ອໃຫ້ບົດລາຍງານມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງ. ໃນຕອນທ້າຍປະຊຸມ ທ່ານ ກິແກ້ວ ສິງນາວົງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ນຳ ແລະ ໃຫ້ເອົາໃຈໃສ່ນຳເອົາຄຳເຫັນຈາກທຸກພາກສ່ວນ ນໍາໄປວິເຄາະ ວິໃຈເພື່ອປັບປຸງບົດລາຍງານໃຫ້ສົມບູນ, ໂດຍເນັ້ນໜັກໃຫ້ບັນດາກະຊວງຕ່າງໆນຳຜົນການປະເມີນນີ້ ໄປເປັນບ່ອນອີງໃນການວາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ໃຫ້ຄະນະພັກ-ອົງການປົກຄອງທຸກຂັ້ນ ຖືເອົາຂໍ້ມູນດັ່ງກ່າວເປັນເນື້ອໃນສຳຄັນ ໃນການຊີ້ນຳ-ນຳພາ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ເພື່ອຮ່ວມກັນພັກດັນໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງຍືນຍົງ.

ຂ່າວ/ພາບ: ອະພິເດດ ແສງດາລາ
ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ | https://www.facebook.com/MAEinLaoPDR