Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ສະຫຼຸບຜົນງານປີ 2025 ພ້ອມກຳນົດ 11 ມາດຕະການ ສູ້ຊົນປີ 2026 ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

          ໃນວັນທີ 20 ກຸມພາ 2026 ຜ່ານມາ ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຂຶ້ນທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ປອ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມ ທຸກຍາກ ກສ. ໃຫ້ກຽດເຂົ້າຮ່ວມໃນພິທີຂອງ ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກສ. ເຂົ້າຮ່ວມ ມີບັນດ າທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ, ຜູ້ຕາງໜ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມ 17 ແຂວງ/ ນະຄອນຫຼວງ, ບັນດາທ່ານຫົວໜ້າຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 170 ທ່ານ. 
ໃນກອງປະຊຸມທ່ານຫົວໜ້າ ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ, ໄດ້ລາຍງານຜົນ ຂອງການ ຈັດຕັ້ງໃນໄລຍະ 1 ປີ ທີ່ຜ່ານມາ ໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສາມາດຕີລາຄາ ຜົນສໍາເລັດທີ່ພົ້ນເດັ່ນ ຄື: ສ້າງຄອບຄົວພົ້ນທຸກ 32,253 ຄອບຄົວ, ສ້າງບ້ານພົ້ນທຸກສາມາດປະຕິບັດໄດ້ 112 ບ້ານ, ສ້າງເມືອງພົ້ນທຸກ ສາມາດປະຕິບັດໄດ້ 4 ເມືອງ, ສ້າງຄອບຄົວພັດທະນາ ສາມາດປະຕິບັດໄດ້ 35,462 ຄອບຄົວ, ສ້າງບ້ານພັດທະນາ ສາມາດປະຕິບັດໄດ້ 283 ບ້ານ, ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ, ສາມາດປະຕິບັດໄດ້ 34 ຈຸດ, ສ້າງເມືອງເຂັ້ມແຂງຮອບດ້ານ, ສາມາດປະຕິບັດໄດ້ 4 ເມືອງ.
ໃນຕອນທ້າຍ ຂອງພິທີທ່ານ ລັດຖະມົນຕີ ໄດ້ໂອ້ລົມ ແລະ ເນັ້ນໜັກຂະແໜງພັດທະນາຊົນນະບົດ ແລະ ຫຼຸດຜ່ອນ ຄວາມທຸກຍາກ: 1). ສືບຕໍ່ ສຸມໃສ່ຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນ ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; 2). ເພີ່ມທະວີ ສືບຕໍ່ ສຸມໃສ່ສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ບັນດານິຕິກໍາ; 3). ສືບຕໍ່ປັບປຸງ ກົນໄກການປະສານງານ ແລະ ວິທີຈັດຕັ້ງປະຕິບັດ; 4). ຈັດສັນພູມລໍາເນົາ, ຈັດສັນເຂດທໍາການຜະລິດ ແລະ ຈັດສັນອາຊີບໃຫ້ປະຊາຊົນ ໃນເຂດທົ່ວໄປ ໂດຍຫັນສູ່ ການຄຸ້ມຄອງລັດ ຕາມກົດໝາຍ ຢ່າງໜັກແໜ້ນ ແລະ ທົ່ວເຖິງ; 5). ຮີບຮ້ອນ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ບັນດາຈຸດສຸມທີ່ເປັນບຸລິມະສິດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ; 6). ສືບຕໍ່ ກໍ່ສ້າງ ແລະ ປັບປຸງໂຄງລ່າງພື້ນຖານ ຮັບໃຊ້ໃຫ້ແກ່ການຜະລິດ ແລະ ການດໍາລົງຊີວິດ ຂອງປະຊາຊົນ ຢູ່ເຂດຈຸດສຸມພັດທະນາ ທີ່ເປັນບຸລິມະສິດ; 7). ກໍານົດຈຸດສຸມ ພັດທະນາທີ່ເປັນບຸລິມະສິດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ; 8 ). ສືບຕໍ່ ຄົ້ນຄວ້າ ແລະ ສ້າງ ແຜນແມ່ບົດພັດທະນາຊົນນະບົດຮອບດ້ານ; ກໍານົດມາດຕະຖານ, ຕົວຊີ້ວັດການພັດທະນາຊົນນະບົດໃໝ່; ຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ; ຍຸດທະສາດການຈັດສັນພູມລໍາເນົາ ແລະ ອາຊີບ; 9). ຮີບຮ້ອນ ປະເມີນສະພາບພົ້ນທຸກ ແລະ ພັດທະນາ, ຕິດຕາມ ຂະບວນການປັບປຸງ ດໍາລັດ 348/ລບ (ສະບັບປັບປຸງ) ທີ່; 10). ສືບຕໍ່ ພົວພັນ ຮ່ວມມືກັບ ພາກພື້ນ ແລະ ສາກົນ, ປຸກລະດົມກໍາລັງແຮງ ຂອງສັງຄົມ, ຜູ້ປະກອບການ ແລະ ທຸກພາກສ່ວນ ເສດຖະກິດ; 11). ເອົາໃຈໃສ່ໃນການ ກວດກາ, ເກັບກໍາຂໍ້ມູນ ແລະ ປັບປຸງກົນໄກການຄຸ້ມຄອງ ເງິນກອງທຶນ ພັດທະນາຂັ້ນບ້ານ 500 ລ້ານກີບຕໍ່ເມືອງທຸກຍາກ ໃຫ້ລະອຽດ, ຈະແຈ້ງ ແລະ ມີປະສິດທິຜົນ.
ຂ່າວ/ພາບໂດຍ: ລຳເງິນ
ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.