Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ອົງຄະນະພັກກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປີດກອງປະຊຸມໃຫຍ່ ຄັ້ງທີ VII ວາງແຜນຍຸດທະສາດສີຂຽວ 5 ປີຕໍ່ໜ້າ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນ ເຊົ້າຂອງວັນທີ 27 ຕຸລາ 2025, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ (ຫຼັກ 6) ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະ ທານປະເທດ ແຫ່ງ ສປປ ລາວ; ສະຫາຍ ປອ. ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍຮອງເລຂາ, ຄະນະປະຈໍາ, ຄະນະພັກກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ, ເລຂາ ແລະ ປະທານ 3 ອົງການຈັດຕັ້ງມະຫາຊົນ; ມີອົງຄະນະພັກບັນດາກະຊວງ-ອົງການ, ຕາງໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມນະຄອນຫຼວງ, ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ; ອາດີດການນໍາກະຊວງ; ອາດີດຄະນະບໍລິຫານງານພັກກະຊວງ ກະສິກໍາ ແລະ ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ບັນດາສະຫາຍສະມາຊິກພັກອາວຸໂສ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວອົງຄະນະພັກກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII ເປັນກອງປະຊຸມສຸດທີ່ມີຄວາມໝາຍຄວາມສໍາຄັນ ໃນຊີວິດການເມືອງຂອງກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ເປັນການປະຕິບັດຫຼັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ ດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນ ນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ, ເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ ແລະ ສະມາຊິກພັກໃນທົ່ວອົງຄະນະພັກກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ. ຊຶ່ງກອງປະຊຸມໃຫຍ່ໃນຄັ້ງນີ້ ຈະໄດ້ຄົ້ນຄວ້າ ແລະ ຮັບຮອງເອົາ ຮ່າງບົດລາຍງານການເມືອງ ແລະ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງກະສິກໍາ ແລະ ສິ່ງແວດລ້ອມ; ຄົ້ນຄວ້າ ແລະ ຮັບຮອງເອົາ ຮ່າງ ບົດສໍາຫຼວດນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງ ໃນໄລຍະ 5 ປີ ຜ່ານມາ; ກອງປະຊຸມ ຍັງຈະໄດ້ດໍາເນີນການເລືອກຕັ້ງ ເອົາຄະນະບໍລິຫານງານພັກກະຊວງ ຊຸດໃໝ່ , ເລືອກຕັ້ງເອົາຜູ້ແທນສົມບູນ, ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ ແທນທົ່ວປະເທດຄັ້ງທີ 12 ຂອງພັກ. ໃນວາລະດໍາເນີນກອງປະຊຸມໃຫຍ່ ສະຫາຍ ປອ. ລິນຄໍາ ດວງສະຫວັນ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມໃຫຍ່ຢ່າງເປັນການ. ຈາກນັ້ນ, ສະຫາຍ ປອ. ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ການນໍາພາຂອງຄະນະພັກກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄລຍະ 5 ປີ (2021- 2025) ຜ່ານມາ; ທ່ານ ກິແກ້ວ ສິງນາວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ກໍ່ໄດ້ຂຶ້ນຜ່ານຮ່າງ ແຜນພັດທະນາຂະແໜງ ກະສິກໍາ ແລະ ສິ່ງແວດລ້ອມ ໄລຍະ 5 ປີ ຕໍ່ໜ້າ (2026-2030). ນອກຈາກນີ້, ຍັງໄດ້ຮັບຟັງການຂຶ້ນຜ່ານ ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຊຸດເກົ່າ.

ໃນກອງປະຊຸມ ບັນດາຜູ້ແທນທີ່ເຂົ້າຮ່ວມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າເຊື່ອມຊຶມ ສ້າງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງທັງສອງພາກ ບົນພື້ນຖານໄຈ້ແຍກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະຕໍ່ຂົງ ເຂດວຽກງານກະສິກໍາ ແລະ ສິ່ງແວດລ້ອມ. ພ້ອມກັນນັ້ນ, ຈະໄດ້ ຮັບຟັງການປະກອບຄໍາເຫັນ ຈາກບັນດາສະຫາຍຕາງໜ້າຮາກຖານພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ.

ພ້ອມນີ້, ຈະໄດ້ຮັບຟັງຄໍາເຫັນໂອ້ລົມ-ຊີ້ນໍາ ຂອງ ສະຫາຍ ປອ. ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນທິດຊີ້ນໍາ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງອົງຄະນະພັກກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ດັ່ງຄໍາຂວັນທີ່ວ່າ: “ຍົກສູງບົດບາດການ ນໍາພາຂອງພັກ ເອົາໃຈໃສ່ເພີ່ມທະວີ ການຄຸ້ມຄອງກະສິກໍາ ແລະ ສິ່ງ ແວດລ້ອມ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງ ອາຫານ, ຊົນນະບົດໄດ້ຮັບການພັດທະນາ, ຄຸ້ມຄອງ, ນໍາໃຊ້ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ, ປ່າໄມ້ ແລະ ສິ່ງແວດລ້ອມ ຕາມທິດຫັນເປັນທັນສະໄໝ, ສີຂຽວ ແລະ ຍືນຍົງ”.

ພາບ ໂດຍ: ອະພິເດດ ແສງດາລາ/ລໍາເງິນ ສາຍປະດິດ

ຂ່າວ ໂດຍ: ເຂັມມະໄລ ສົນດາວັນ