Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ຜ່ານແຜນພັດທະນາ 5 ປີ ຄັ້ງທີ X ທີ່ແຂວງຄຳມ່ວນ

ໃນລະຫວ່າງວັນທີ 28-29 ເມສາ 2026, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຜ່ານແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026-2030) ແລະ ຮ່າງຍຸດທະສາດພັດທະນາກະສິກໍາ ແລະ ສິ່ງແວດລ້ອມ ຮອດປີ 2035 ແລະ ວິໃສທັດ ຮອດປີ 2055 ຂື້ນທີ່ແຂວງ ຄໍາມ່ວນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍບັນດາທ່ານຫົວໜ້າຮອງຫົວໜ້າ ຫ້ອງການ, ກົມ, ບັນດາທ່ານຫົວໜ້າ, ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມ 8 ແຂວງ ຈາກແຂວງ ຊຽງຂວາງ, ຫົວພັນ, ໄຊສົມບູນ, ບໍລິຄໍາໄຊ, ສະຫວັນນະເຂດ, ຄໍາມ່ວນ, ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ທ່ານຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸດຕິທໍາ, ຜູ້ຕາງໜ້າຈາກອົງການອາຫານ ແລະ ການກະເສດ (FAO) ປະຈໍາ ສປປ ລາວ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ທີ່ໃຫ້ການສະໜັບສະໜຸນດ້ານວິຊາການ ແລະ ທືນຮອນ, ອົງການອາຫານໂລກພ້ອມດ້ວຍຊ່ຽວຊານເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ແລະ ເອກະພາບທັງສູນກາງ ແລະ ທ້ອງຖີ່ນ ຕໍ່ກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5ປີ (2021-2025) ແລະ ທິດທາງແຜນພັດທະນາ 5 ປີ ຄັ້ງທີ X (2026-2030), ປຶກສາຫາລື ໃນການກໍານົດທິດທາງຍຸດທະສາດ ພັດທະນາກະສິກໍາ ແລະ ສິ່ງແວດລ້ອມ ຮອດປີ 2035 ແລະ ວິໃສທັດ ຮອດປີ 2055.

ຂະແໜງກະສິກໍາ ແລະ ສິິ່ງແວດລ້ອມ ມີບົດບາດສໍາຄັນໃນການສ້າງແຫຼ່ງລາຍຮັບທີິ່ໜັັ້ນຄົງໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຮັບປະກັນຄວາມໝັັ້ນຄົງ ທາງດ້ານສະບຽງອາຫານ ແລະ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ. ການເຕີບໂຕທາງດ້ານເສດຖະກິດ ຂອງຂະແໜງກະສິກໍາ ແລະ ສິິ່ງແວດລ້ອມ ສະເລ່ຍ 10 ປີ ຜ່ານມາ (2016-2025) ໄດ້ຂະຫຍາຍຕົວ 2,1% ກວມເອົາ 16,77% ຂອງລວມຍອດຜະລິດຕະພັນພາຍໃນ (GDP); ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ແລະ ຜູ້ອອກແຮງງານ ເຊິິ່ງກວມເອົາປະມານ 70% ຂອງແຮງງານພາຍໃນປະເທດ ທີິ່ປະກອບອາຊີບກະສິກໍາ. ຈາກສະພາບການດັ່ງກ່າວ ໄດ້ສົ່ງຜົນເຮັດໃຫ້ ສປປ ລາວ ມີຄວາມໝັັ້ນຄົງທາງດ້ານສະບຽງອາຫານ ເປັນຕົ້ນ: ເຂົ້າ, ພືດ, ຜັກ ແລະ ໄມ້ໃຫ້ໝາກ. ພ້ອມດຽວກັນນັັ້ນ, ກໍ່ໄດ້ຜະລິດກະສິກໍາເປັນເສດຖະກິດ ເປັນສິນຄ້າສົ່ງອອກ ຈໍານວນໜື່ງເຊັ່ນ: ໝາກກ້ວຍ, ຢາງພາລາ, ສາລີ, ມັນຕົ້ນ, ກາເຟ ແລະ ສັດລ້ຽງ. ທິດທາງ ແລະ ວິໃສທັດໃນຕໍ່ໜ້າແມ່ນ ສຸມໃສ່ພັດທະນາຂົງເຂດກະສິກໍາ ໃຫ້ທັນສະໄໝ, ໂດຍນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ ທີ່ເປັນມິດກັບສິ່ງແວດລ້ອມ ເຂົ້າໃນການຜະລິດກະສິກໍາ ແລະ ໃຫ້ສອດຄ່ອງກັບດິນຟ້າອາກາດ, ແນ່ໃສ່ສ້າງແຫຼ່ງວັດຖຸດິບໃຫ້ພຽງພໍ ແລະ ມີຄຸນະພາບສູງ ຮັບໃຊ້ການປຸງແຕ່ງ; ລົງທຶນຢ່າງມີຈຸດສຸມ ເຂົ້າໃສ່ການສ້າງ ແລະ ຂະຫຍາຍພຶື້ນຖານໂຄ່ງລາງດ້ານກະສິກຳສູ່ຊົນນະບົດ ໂດຍການສົ່ງເສີມເສດຖະກິດຄອບຄົວ, ພັດທະ ນາຮູບແບບ ຮ່ວມດຳເນີນທຸລະກິດ-ສະຫະກອນກະສິກຳ, ສ້າງສວນ ແລະ ຟາມຕົວແບບບ ຕິດພັນກັບການທ່ອງທ່ຽວ ໃຫ້ນັບມື້ນັບຫຼາຍຂື້ນ, ເປັນຕົ້ນແມ່ນ ໂຮງງານປຸງແຕ່ງຜະລິດກະສິກຳໃຫ້ໄດ້ມາດຕະຖານສາກົນຮັບປະກັນ ດ້ານສະ​ບຽງອາຫານ ແລະ ໂພຊະນາການທີ່ດີ; ການຜະລິດສິນຄ້າກະສິກໍາ ຂະຫຍາຍຕົວ, ທັນສະໄໝ, ຫຼາກຫຼາຍ, ປອດໄພ; ລະບົບນິເວດກະສິກຳ ຂອງປະເທດ ມີຄວາມຂຽວງາມ ແລະ ປະຊາຊົນມີ​ລາຍ​ຮັບ ທີ່ຍືນຍົງໃນຕໍ່ໜ້າ.

ພາບ ແລະ ຂ່າວໂດຍ: ອາລົງກອນ ສຸວັນນະສຸກ ພະແນກເຕັກໂນໂລຊີຂໍ້ມູນຂ່າວສານ, ຫ້ອງການກະຊວງ ກສ