Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

6 ປະເທດແມ່ນໍ້າຂອງ-ລ້ານຊ້າງ ຮ່ວມມືຄັ້ງສຳຄັນ ຢູ່ ວຽງຈັນ ເພື່ອແລກປ່ຽນຍຸດທະສາດພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃຫ້ຍືນຍົງ

ກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນລະດັບພາກພື້ນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢູ່ ສປປ ລາວ.

ວັນທີ 29 ເມສາ 2026, ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ໄດ້ຈັດກອງປະຊຸມສໍາມະນາ ແລະ ແລກປ່ຽນບົດຮຽນກ່ຽວກັບ ຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນລະດັບພາກພື້ນ ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢູ່ ສປປ ລາວ ຂື້ນທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ມີບັນດາຜູ້ແທນຈາກປະເທດສະມາຊິກພາກພື້ນ ໃນຂອບຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈາກ ສປ ຈີນ, ສສ ຫວຽດນາມ, ຣາຊະອານາຈັກໄທ, ຣາຊະອານາກໍາປູເຈຍ ແລະ ປະເທດມຽນມາ, ມີທ່ານຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຕາງໜ້າກະຊວງ ອົງການກ່ຽວຂ້ອງ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ແລະ ພະນັກງານພາຍໃນກົມ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອແລກປ່ຽນບົດຮຽນ ກ່ຽວກັບຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນລະດັບພາກພື້ນ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂອງແຕ່ລະປະເທດ ຄື: ສປປ ລາວ, ສປ ຈີນ, ສສ ຫວຽດນາມ, ມຽນມາ, ໄທ ແລະ ກຳປູເຈຍ,ເພື່ອເປັນການຜັນຂະຫຍາຍກອບວຽກຮ່ວມມື ບັນດາປະເທດ ໃນຂອງລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ມີການແລກປ່ຽນບົດຮຽນ ໃນວຽກງານຕ່າງໆ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ.

ໃນທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງ, ແລກປ່ຽນບົດຮຽນ ການສ້າງຍຸດທະສາດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງແຕ່ລະປະເທດ ເພື່ອຈະນຳເອົາບັນດາບົດຮຽນ, ພຶດຕິກຳທີ່ດີ ປະກອບເຂົ້າໃນຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງ ສປປ ລາວ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາເເບບຍືນຍົງ ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນ ເພື່ອເປັນທິດເຍື່ອງທາງໃນຕໍ່ໜ້າ ໃຫ້ວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງບັນດາປະເທດສະມາຊິກ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໄປພ້ອມໆກັນໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ຂ່າວ ແລະ ພາບໂດຍ: ອາມຸດ ແສນທອນ;

ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.