ມອບຫຼຽນກາ 65 ປີຊາວໜຸ່ມ ພ້ອມມອບ-ຮັບໜ້າທີ່ຄະນະຊຸດໃໝ່
ພິທີມອບຫຼຽນກາ 65 ປີ ແລະ ໃບຍ້ອງຍໍ ຂອງຊາວໜຸ່ມກົມພັດທະນາຊົນນະບົດ.
ໃນວັນທີ 19 ມັງກອນ 2026 ນີ້ ຊາວໜຸ່ມຮາກຖານກົມພັດທະນາຊົນນ ແລະ ຫຼຸດຜ່ອນຄວາມທຸກຍາກ ໄດ້ຈັດພິທີມອບຫຼຽນກາ 65 ປີ, ໃບຍ້ອງຍໍ-ຊົມເຊີຍ ແລະ ພິທີມອບ-ຮັບໜ້າທີ ຄະນະບໍລິຫານງານຊາວໜຸ່ມຮາກຖານພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ຂື້ນທີ່ຫ້ອງປະຊຸມຂອງກົມໂດຍການເປັນປະທານຂອງສະຫາຍ ປອ ດວງຕາວັນ ສີສົມບັດ ຄະນະບໍລິຫານຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຊາວໜຸ່ມກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສະຫາຍ ອາໂນສັກ ແພງທີມມະວົງ ຄະນະພັກຮາກຖານ, ຮອງຫົວໜ້າກົມພັດທະນາຊົນນະບົດ ພ້ອມນີ້ບັນສະຫາຍເລຂາ, ຮອງເລຂາໜ່ວຍ, ສະມາຊິກຊາວໜຸ່ມ, ຕາງໜ້າ 3 ອົງການຈັດຕັ້ງເຂົ້າຮ່ວມຢ່າງພ້ອມພຽງ.
ໃນທີປະຊຸມ ສະຫາຍ ຈັນມີ ພົມມະລາດ ເລຂາຊາວໜຸ່ມກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ໄດ້ຂື້ນຜ່ານການຊີ້ນຳ-ນຳພາ ໄລຍະຜ່ານມາ ແລະ ທິດທາງແຜນການ ການຈັດຕັ້ງປະຕິບັດໜ້າທີ່ຂອງວຽກງານຊາວໜຸ່ມ ກໍ່ຄືວຽກງານວິຊາສະເພາະໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນວ່າການສ້າງຂະບວນການທີ່ພົ້ນເດັ່ນ ທີ່ພາກພູມໃຈເປັນຕົ້ນແມ່ນ ໄດ້ຕັ້ງໜ້າກໍ່ສ້າງຂະຫຍາຍ ສະມາຊິກຊາວໜຸ່ມໄປຕາມຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ທີ່ຕິດພັນກັບການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ ແລະ ສາມາດຍາດໄດ້ຜົນງານຫຼາຍຢ່າງທີ່ພົ້ນເດັ່ນ, ເຫັນໄດ້ບັນຫາ, ສາຍເຫດ, ຈຸດອ່ອນ ຂໍ້ຄົງຄ້າງທີ່ຈະໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ, ສາມາດຖອດຖອນບົດຮຽນໄດ້ ແລະ ມີຜົນສຳເລັດຕາມແຜນການ ແລະ ລະດັບຄາດໝາຍທີ່ກຳນົດໄວ້ໃນ 5 ປີຕໍ່ໜ້າ (2026-2030). ຍ້ອນມີການຊີ້ນໍາ-ນໍາພາ ຂອງ ຄະນະຊາວໜຸ່ມຮາກຖານກົມ ແລະ ຄວາມບຸກບືນສູ້ຊົນປະຕິບັດ ໜ້າທີ່ຂອງສະມາຊິກຊາວໜຸ່ມ ຕະຫຼອດຮອດສະມາຊິກຊາວ ໜຸ່ມອາວຸໂສ, ປະກອບສ່ວນອອກແຮງເພື່ອປະເທດຊາດ, ສຸມສະຕິປັນຍາ ເຂົ້າໃນວຽກງານທີ່ໄດ້ມອບໝາຍຈົນບັນລຸຜົນສໍາເລັດ ຕາມຄາດໝາຍ ແລະ ມີປະສິດທິຜົນ ຢ່າງຈົບງາມ. ເພື່ອເຮັດວຽກງານຂອງຊາວໜຸມຮາກຖານໄດ້ສືບຕໍ່, ສະນັ້ນ, ຄະນະບໍລິຫານຊາວໜຸ່ມກະຊວງກະສິກຳແລະ ສິ່ງແວດລ້ອມ ອອກມັດຕິ ບົງໂຕແຕ່ງຕັ້ງຄະນະບໍລິຫານງານຊາວໜຸ່ມຮາກຖານກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸຍາກ ປະກອບມີ:
1. ສະຫາຍ ແກ້ວຕາເພັດ ບຸນທະວີຊີນ ເປັນເລຂາ
2. ສະຫາຍ ຄຳພູວົງ ຄຳແຫວນ ເປັນຮອງເລຂາ
3. ສະຫາຍ ສຸພະຈັນ ວັນນະສີ ເປັນຄະນະ
4. ສະຫາຍ ທອງສຸກ ທອງບັນດິດ ເປັນຄະນະ
5. ສະຫາຍ ນາງ ພອນນາລີ ນາມວົງ ເປັນຄະນະ
ບົງໂຕແຕ່ງຕັ້ງປະທານ, ຮອງປະທານກວດກາ ປະກອບມີ:
1. ສະຫາຍ ສຸພະຈັນ ວັນນະສີ ເປັນປະທານກວດກາ
2. ສະຫາຍ ພຸດທະນົງຮັກ ພົງສະຫວັດ ເປັນຮອງປະທານກວດ
ພ້ອມນີ້ກໍ່ໄດ້ຈັດພິທີມອບຫຽນກາ 65 ປີ ແລະ ໃບຍ້ອງຍໍ
ໃຫ້ກຽດມອບຫຼຽນກາ 65 ປີ ແລະ ໃບຍ້ອງຍໍໃນຄັ້ງນີ່ໂດຍສະຫາຍ ປອ ດວງຕາວັນ ສີສົມບັດ ຄະນະບໍລິຫານຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຊາວໜຸ່ມກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນຕອນທ້າຍຄະນະປະທານກໍ່ໄດ້ໃຫ້ກຽດໂອລົມ ແລະ ໃຫ້ທິດຊີ້ນຳ ໂດຍຮຽກຮ້ອງໃຫ້ຄະນະຊາວໜຸ່ມ ຊຸດໃໝ່ ອອກແຮງ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເສີມຂະຫຍາຍອັນດີ ເດັດດ່ຽວແກ້ໄຂ ຂໍ້ຄົງຄ້າງ ທີ່ເປັນອັນອຸດຕັນ ໃນໄລຍະຜ່ານມາ; ເປັນເຈົ້າການປະຕິບັດ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາມະຕິຕ່າງໆຂອງຂັ້ນເທິງ, ຫັນເປັນແຜນການ ແຜນງານ ໂຄງການລະອຽດ ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້ແລ້ວ ໃຫ້ຄະນະຊາວໜຸ່ມ ຊຸດໃໝ່ ຕ້ອງໄດ້ມີການແບ່ງໜ້າທີ່ຄວາມຮັບຜິດຊອບກັນ ໃຫ້ລະອຽດ ຈະແຈ້ງ ພ້ອມທັງສ້າງເປັນແຜນດຳເນີນງານ ແລະ ມອບໝາຍຄວາມຮັບຜິດຊອບ ບົນພື້ນຖານຄວາມເປັນເອກະພາບພາຍໃນໝູ່ຄະນະ ປະຕິບັດຫຼັກການລວມສູນ ປະຊາທິປະໄຕ ສືບຕໍ່ປະຕິບັດ ຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ແລະ ຂະບວນການຮັກຊາດ ແລະ ພັດທະນາ ໃຫ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວິຊາສະເພາະເພື່ອຈັດຕັ້ງປະຕິບັດໜ້າທີ່ ຂອງຕົນຕາມພາລະບົດບາດ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.
ພາບ-ຂ່າວໂດຍ: ພອນໄຊ ສີສົງຄາມ
ເຜີຍແຜ່ໂດຍ: ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ