ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2024
ໃນວັນທີ 01 ມິຖຸນາ 2024, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (ວັນທີ 01 ມິຖຸນາ) ຢູ່ ບ້ານໂພສີ (ກຸ່ມບ້ານໂພນທອງ), ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ເຂົ້າຮ່ວມໂດຍ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຄະນະພັກກະຊວງ, ຫົວໜ້າກົມ, ຮອງກົມ, ເຈົ້າຄອງນະຄອນຫຼວງວຽງຈັນ, ຄະນະນຳຂອງເມືອງນາຊາຍທອງ, ຫົວໜ່ວຍທຸລະກິດ, ຄະນະອຳນວຍການໂຮງຮຽນ, ຮ້າງຮ້ານ, ແຂກຖືກເຊີນ ແລະ ພະນັກງານລັດຖະກອນຈາກບັນດາກະຊວງ ເຂົ້າຮ່ວມ.
ພິທີປູກຕົ້ນໄມ້ຄັ້ງນີ້ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆຂອງພັກຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໃກ້ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍ-ຄວາມສຳຄັນຂອງວັນດັ່ງກ່າວ, ທັງເປັນການການຟື້ນຟູຊັບພະຍາກອນປ່າໄມ້ ໃຫ້ຂຽວສົດງົດງາມ, ຮັກສາສິ່ງແວດລ້ອມ, ລະບົບນິເວດວິທະຍາ ໃຫ້ມີຄວາມສົມດຸນ ແລະ ຍືນຍົງຕະຫຼອດໄປ.