Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ພິທີເປີດການຝຶກອົບຮົມ MISLAO

ໃນວັນທີ 31 ພຶດສະພາ 2024 ທີ່ ຫ້ອງປະຊຸມໃຫຍ່ ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດພິທີເປີດການຝຶກອົບຮົມ ກ່ຽວກັບຂັ້ນຕອນ ແລະ ວິທີການຄຸ້ມຄອງລະບົບຖານຂໍ້ມູນພົ້ນທຸກ ແລະ ພັດທະນາ ຕາມດຳລັດ 348/ລບ, ຊຶ່ງໃຫ້ກຽດ ເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ນ. ບາແກ້ວ ສຸວັນນະລາດ ຮອງຫົວໜ້າກົມພັດທະນາຊົນນະບົດ, ມີພະນັກງານເຂົ້າຮ່ວມການຝຶກອົບຮົມດັ່ງກ່າວ ຈາກກົມຈັດຕັ້ງ ແລະ ພະນັກງານ, ກະຊວງວິທະຍາສາດ ແລະ ການສື່ສານ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໂຄງການ ລພຊ, ບໍລິສັດ APIS ແລະ ພະນັກງານລັດຖະກອນພາຍໃນກົມພັດທະນາຊົນນະບົດ, ລວມທັງໝົດ 20 ກວ່າທ່ານ. ການຝຶກອົບຮົມຄັ້ງນີ້, ຈະດໍາເນີນໄປເປັນເວລາ 05 ວັນ (31/05/2024-05/06/2017), ໂດຍມີວິທະຍາກອນທີ່ຊໍານານງານ ຈາກບໍລິສັດ APIS ມາຊ່ວຍຖ່າຍທອດສິດສອນບົດຮຽນ ໃຫ້ແກ່ຜູ້ເຂົ້າຮ່ວມ.