ປາຖະກະຖາ ວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ແລະ ສາກົນ ໃນເດືອນພຶດສະພາ
ໃນວັນທີ 14 ມິຖຸນາ 2024 ກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີປາຖະກະຖາຂຶ້ນ, ທີ່ຫ້ອງປະ ຊຸມຂອງກົມພັດທະນາຊົນນະບົດ ໂດຍການໃຫ້ກຽດເປັນປະທານ ຂອງສະຫາຍ ບົວຫົງ ຄຳຫາ, ຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ປະທານ ໄດ້ປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດສໍາຄັນຂອງຊາດ ຄື:
1) ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີທົ່ງໄຫຫີນຊຽງຂວາງ (18 ພຶດ ສະພາ 1959 – 18 ພຶດສະພາ 2024) ຄົບຮອບ 65 ປີ;
2) ວັນໄຊຊະນະບັນຮົບດຽນບຽນຟູ (07 ພຶດສະພາ 1954 – 07 ພຶດສະພາ 2024) ຄົບຮອບ 70 ປີ;
ເຊິ່ງພາຍຫຼັງ ທີ່ພະນັກງານ-ລັດຖະກອນ ໄດ້ຮັບຟັງ ກໍ່ເຮັດໃຫ້ມີຄວາມຮັບຮູ້, ເຂົ້າໃຈແຈ້ງ ແລະ ຮໍ່າຮຽນແບບຢ່າງອັນດີງາມ ຂອງຜູ້ນໍາ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ແລະ ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດໃນຂະບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ໂດຍສະເພາະ ການນໍາພາຊີ້ນໍາອັນສະຫຼາດສ່ອງໃສ ຂອງພັກ ໃນການຜ່າວົງລ້ອມ ຂອງກອງພັນທີ 2 ວິລະຊົນ,ໄດ້ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງ ຂອງກອງທັບ ແລະ ປະຊາຊົນ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ເຂົ້າໃນການພົວພັນຮ່ວມມືໃນໄລຍະໃໝ່ໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປຸກລະດົມຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ IX ຂອງລັດ ໃນທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ.
ຂ່າວ-ພາບ: ກຸ່ມວຽກຂໍ້ມູນຂ່າວສານ