Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ກອງປະຊຸມກະກຽມຂໍ້ມູນຮ່າງແຜນຍຸດທະສາດ ວຽກງານພັດທະນາຊົນນະບົດ ທົ່ວປະເທດ

ກອງປະຊຸມແນະນຳການກະກຽມຂໍ້ມູນ ເພື່ອສະໜອງໃຫ້ແກ່ ຄະນະຮັບຜິດຊອບສ້າງ ແຜນຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ; ໃນຄັ້ງວັນທີ 12 ກໍລະກົດ 2024 ທີ່ ຫ້ອງປະຊຸມ ກົມພັດທະນາຊົນນະບົດ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຜູ້ຊ່ວຍວຽກລັດຖະມົນຕີ, ຄະນະພະແນກ, ຜູ້ຕາງໜ້າກະຊວງ-ອົງການ ແລະ ພ້ອມດ້ວຍວິຊາການພາຍໃນກົມພັດທະນາຊົນນະບົດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາ ຄະນະພະແນກ, ຄະນະຂະແໜງພັດທະນາຊົນນະບົດ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ. ເພື່ອຮັບຟັງການລາຍງານ ກ່ຽວກັບການແນະນຳຂໍ້ມູນ ເພື່ອປະກອບໃສ່ຮ່າງແຜນຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ຮອດປີ 2023 ແລະ ວິໄສທັດຮອດປີ 2025.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາເຄິ່ງວັນ ແລະ ຈະປິດລົງໃນຕອນແລງ ວັນທີ 12 ກໍລະກົດ 2024 ເຊິ່ງກອງປະຊຸມດັ່ງກ່າວໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ ທີ່ສໍາຄັນ. ພ້ອມກັນນີ້ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ.

# ຂ່າວ-ພາບ: ກຸ່ມວຽກຂໍ້ມູນຂ່າວສານກົມພັດທະນາຊົນນະບົດ.