ກອງປະຊຸມການໂອ້ລົມສົນທະນາລະດັບສູງ
ກອງປະຊຸມ ການໂອ້ລົມສົນທະນາລະດັບສູງ ກ່ຽວກັບການເພີ່ມທະວີການປະກອບສ່ວນ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ວາລະຂອງສະຫະປະຊາຊາດ 2030 ເພື່ອການພັດທະນາແບບຍືນຍົງ ຄັ້ງທີ 8 (HLBD) ແລະ ເວທີປາໄສອາຊຽນ 2024 ກ່ຽວກັບ SDGs ກັບອົງການແຜນການພັດທະນາແຫ່ງຊາດ (NDPAs) "ເບິ່ງໄປຂ້າງຫນ້າ: ການປັບປຸງບູລິມະສິດ ແລະ ການປະຕິບັດເພື່ອບັນລຸ SDGs" ໃນໄລຍະວັນທີ 31 ຕຸລາ ຫາ 01 ພະຈິກ 2024 ທີ່ ບາງກອກ ປະເທດໄທ
ຈຸດປະສົງການເຂົ້າຮ່ວມກອງປະຊຸມຄັ້ງນີ້
- ເພື່ອເຂົ້າສົນທະນາ ແລະ ເເລກປ່ຽນຄໍາເຫັນ ກ່ຽວກັບການເພີ່ມທະວີການປະກອບສ່ວນລະຫວ່າງວິໄສທັດປະຊາຄົມອາຊຽນ 2025 ແລະ ວາລະຂອງສະຫະປະຊາຊາດ 2030 ເພື່ອການພັດທະນາແບບຍືນຍົງ ຄັ້ງທີ 8 (HLBD);
- ເເລກປ່ຽນວິໄສທັດຂອງ ສປປ ລາວ ໃນເວທີປາໄສອາຊຽນ 2024 ກ່ຽວກັບ SDGs ກັບອົງການແຜນການພັດທະນາແຫ່ງຊາດ (NDPAs) "ເບິ່ງໄປຂ້າງຫນ້າ: ການປັບປຸງບູລິມະສິດ ແລະ ການປະຕິບັດເພື່ອບັນລຸ SDGs.
ເນື້ອໃນກອງປະຊຸມ: - ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໂດຍກະຊວງການຕ່າງປະເທດ ຂອງ ໄທ ຊຶ່ງມີບັນດາເຈົ້າໜ້າທີ່ອາວຸໂສພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ ເປັນເຈົ້າພາບຮ່ວມກັບອົງການສະຫະປະຊາຊາດ ເສດຖະກິດ ແລະ ສັງຄົມ ເເຫ່ງອາຊີປາຊີຟິກ (UNESCAP) ຊຶ່ງມີຕາງໜ້າອົງການແຜນການຂອງບັນດາປະເທດອາຊຽນ, ຕາງໜ້າກະຊວງການຕ່າງປະເທດ ບັນດາປະເທດອາຊຽນ, ບັນດາຜູ້ຮ່ວມພັດທະນາປະຈຳປະເທດໄທ ເຂົ້າຮ່ວມທັງໝົດ 80 ທ່ານ ຊຶ່ງໄດ້ໄດ້ຮັບກຽດເຂົ້າຮ່ວມເປັນທານຂອງ ທ່ານ ມາລິດ ສະງ່ຽມພົງ ລັດຖະມົນຕີກະຊວງການຕ່າງປະເທດ ໄທ, ທ່ານ ຮອງເລຂາທິການອົງການ UNESCAP ແລະ ທ່ານ ເລຂາທີການໃຫຍ່ອາຊຽນ ໄດ້ມີຄຳເຫັນຜ່ານທາງວີດີໂອ.
- ທ່ານ Hirohito Toda ຮອງເລຂາທິການບໍລິຫານການຮ່ວມມື ແລະການປະສານງານ, UNESCAP ກໍໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມໃຫ້ສົມບູນແບບ ແລະ ກໍໄດ້ລາຍງານຄວາມຄືບໜ້າຂອງການລິເລີ່ມການເສີມສ້າງ ອົງປະກອບຫຼັກຂອງການລິເລີ່ມການເສີມສ້າງ 2.0 ໃນຄວາມສະຫວ່າງທີ່ຈະມາເຖິງວິໄສທັດອາຊຽນ 2045 ໃນການສ້າງ “ອາຊຽນສີຂຽວ” (ASEAN Vision 2045 in building a “Green ASEAN);
ບົດຮຽນທີ່ຖອດຖອນໄດ້ ແລະ ແຜນການຕໍ່ໜ້າ:
- ໃນການເຂົ້າຮ່ວມກອງປະຊຸມ ແລະ ເວທີປຶກສາຫາລື ໃນຄັ້ງນີ້ ແມ່ນຖືວ່າໄດ້ຮັບຜົນສຳເລັດຢ່າງຈົບງາມຕາມຄາດໝາຍທີ່ວ່າງໄວ້ ແລະ ປະເທດເຈົ້າພາບກໍຄືຄະນະຈັດຕັ້ງກອງປະຊຸມແມ່ນໄດ້ຕ້ອນຮັບຢ່າງອົບອຸ່ນ. ພ້ອມດຽວກັນ ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍ ໃນຂອບການຮ່ວມມືໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂອງອາຊຽນ, ວຽກແຜນການ, ໂດຍສະເພາະເເມ່ນພ້ອມກັນຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງໃຫ້ບັນລຸຕາມຄາດໝາຍໃນປີ 2030 ໂດຍບໍ່ປະຖິ້ມໃຜໄວ້ທາງຫຼັງ (Leave no one behind).
- ກົມພັດທະນາຊົນນະບົດ ໃນນາມເປັນຈຸດປະສານງານວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ ຈະຕ້ອງສືບຕໍ່ ພົວພັນ ປະສານສົມທົບບັນດາປະເທດອາຊຽນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ກອງເລຂາອາຊຽນ, ອົງການຈັດຕັ້ງສັງຄົມ ເພື່ອຍາດເເຍ່ງການຝຶກອົບຮົມສ້າງຄວາມເຂັ້ມເເຂງໃຫ້ ສປປ ລາວ ແລະ ໃນການຈັດຕັ້ງປະຕິບັດເເຜນວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ ຕາມຂອບການຮ່ວມມືອາຊຽນ ໄປພ້ອມໆກັບການຈັດຕັ້ງປະຕິບັດ SDGs.