ຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ
ໃນຄັ້ງວັນທີ 27 ພະຈິກ 2024 ນີ້, ກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໃນນາມກອງເລຂາຄະນະຮັບຜິດຊອບ ສ້າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ໄດ້ຈັດກອງປະຊຸມທາບທາມຄຳເຫັນ ຕໍ່ ຮ່າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ຂຶ້ນທີ່ ແຂວງຫຼວງພະບາງ. ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີຜູ້ຊ່ວຍວຽກງານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຮອງຫົວໜ້າກົມ, ບັນດາທ່ານຕາງໜ້າຈາກ ຂະແໜງການກ່ຽວຂ້ອງຂອງແຂວງຫຼວງພະບາງ, ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ ແລະ ກອງເລຂາຄະນະຮັບຜິດຊອບ ສ້າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ.
ກອງປະຊຸມຄັ້ງນີ້ ທ່ານ ອາໂນສັກ ແພງທິມມະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້, ຮອງຫົວໜ້າກອງເລຂາຄະນະຮັບຜິດຊອບ ສ້າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ກໍໄດ້ສະເໜີ ຮ່າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ຊຶ່ງໂຄງປະກອບ ແລະ ເນື້ອໃນຂອງຮ່າງຍຸດທະສາດ ການຈັດສັນພູມລໍາເນົາ ແລະ ອາຊີບ ດັ່ງກ່າວນັ້ນ ປະກອບມີ 4 ພາກໃຫຍ່ ແລະ 15 ຫົວຂໍ້ຍ່ອຍ ຄື:
- ພາກທີ I ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຈັດສັນພູມລຳເນົາ ແລະ ອາຊີບ
- ພາກທີ II ທິດນຳ, ວິໄສທັດ, ເປົ້າໝາຍ ແລະ ຄາດໝາຍສູ້ຊົນ
- ພາກທີ III ບັນດາແຜນງານ ປະກອບມີ 4 ແຜນງານ, 9 ວຽກຈຸດສຸມ ແລະ 30 ໂຄງການ
- ພາກທີ IV ຫຼັກການ ແລະ ມາດຕະການຈັດຕັ້ງປະຕິບັດ
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທາບທາມເອົາຄຳເຫັນຈາກຜູ້ແທນໃນທີ່ປະຊຸມຕໍ່ກັບໂຄງປະກອບ ແລະ ເນື້ອໃນຂອງຮ່າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050.