ໂຄງການຮ່ວມມືເເມ່ນໍ້າຂອງ-ເເມ່ນໍ້າລ້ານຊ້າງ LMC
ກອງປະຊຸມສຳມະນາຫົວຂໍ້ ກ່ຽວກັບການເຊື່ອມໂຍງການພັດທະນາຄຸນນະພາບຊີວິດ ແບບຍືນຍົງ ໂດຍອີງໃສ່ປັດຊະຍາເສດຖະກິດພໍພຽງ (SEP) ໃນຂອບການຮ່ວມມື ເເມ່ນໍ້າຂອງເເມ່ນໍ້າລ້ານຊ້າງ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2024 ທີ່ ໂຮງເເຮມ ລາວເທວ, ນະຄອນຫຼວງວຽງຈັນ. ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ອາໂນສັກ ແພງທິມມະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນົບພະລັດ ທຳລົງຊັບ, ຫົວໜ້າພະເເນກແຜນການ, ກົມພັດທະນາຊົນນະບົດ, ກະຊວງມະຫາດໄທ, ປະເທດໄທ; ໂດຍມີຜູ້ແທນເຂົ້າຮ່ວມຈາກປະເທດ ສປ ຈີນ, ກຳປູເຈຍ, ໄທ, ມຽນມາ ແລະ ສປປ ລາວ ເຂົ້າຮ່ວມ ຈຳນວນ 40 ທ່ານ.
ກອງປະຊຸມຄັ້ງນີ້ ບັນດາປະເທດໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຂອງ ບັນດາປະເທດລຸ່ມເເມ່ນໍ້າຂອງ-ເເມ່ນໍ້າລ້ານຊ້າງ ໂດຍການຈະມີການນຳສະເໜີ ຄວາມຄືບໜ້າ ແລະ ຜົນສຳເລັດຕ່າງໆ ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໂຄງການຂອງບັນດາປະເທດທີ່ໄດ້ຮັບການສະໜັບສະໜູນງົບປະມານຈາກກອງທຶນພິເສດແມ່ນໍ້າຂອງ-ເເມ່ນໍ້າລ້ານຊ້າງ (LMC), ການກຳນົດທິດທາງໃນຕໍ່ໜ້າຂອງໂຄງການ. ຫຼັງຈາກນັ້ນ ຝ່າຍລາວກໍ່ຈະໄດ້ນໍາພາທັດສະນະສຶກສາຢ້ຽມຢາມເບິ່ງກິດຈະກຳໂຄງການປັບປຸງຊີວິດການເປັນຢູ່ແບບຍືນຍົງຂອງປະຊາຊົນຢູ່ ບ້ານດຸ່ນອ່ຽນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ແລະ ຢ້ຽມຢາມໂຄງການທົດລອງຮ່ວມມືເເກ້ໄຂຄວາມທຸກຍາກລາວ-ຈີນ ຢູ່ບ້ານຊຽງລ້ອມ, ນະຄອນຫຼວງພະບາງ ເເຂວງຫຼວງພະບາງ. ສະນັ້ນ ຈຶ່ງເຊື້ອເຊີນບັນດາທ່ານຖືເອົາເວທີນີ້ ເປັນການເເລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ບັນດາປະເທດລຸ່ມເເມ່ນໍ້າຂອງ-ເເມ່ນໍ້າລ້ານຊ້າງ ໂດຍສະເພາະໃນວຽກງານພັດທະນາຊົນນະບົດ ແລະ ເເກ້ໄຂຄວາມທຸກຍາກ ໃຫ້ຈະເລີນກ້າວໜ້າໄປພ້ອມໆກັນ.