ຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ
ໃນຄັ້ງວັນທີ 12 ທັນວາ 2024 ນີ້, ກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໃນນາມກອງເລຂາຄະນະຮັບຜິດຊອບ ສ້າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ໄດ້ຈັດກອງປະຊຸມທາບທາມຄຳເຫັນ ຕໍ່ ຮ່າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ຂຶ້ນທີ່ ແຂວງສະຫວັນນະເຂດ. ເຊິ່ງໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ປອ ແສນສັກ ສຸລິສັກ ຮອງເຈົ້າແຂວງ-ແຂວງສະຫວັນນະເຂດ, ມີຜູ້ຊ່ວຍວຽກງານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງຫົວໜ້າກົມພັດທະນາຊົນນະບົດ, ບັນດາທ່ານຕາງໜ້າຈາກ ຂະແໜງການກ່ຽວຂ້ອງຂອງແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື ແລະ ກອງເລຂາຄະນະຮັບຜິດຊອບ ສ້າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ.
ກອງປະຊຸມຄັ້ງນີ້ ທ່ານ ອາໂນສັກ ແພງທິມມະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້, ຮອງຫົວໜ້າກອງເລຂາຄະນະຮັບຜິດຊອບ ສ້າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ກໍໄດ້ນຳສະເໜີ ຮ່າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ຊຶ່ງໂຄງປະກອບ ແລະ ເນື້ອໃນຂອງຮ່າງຍຸດທະສາດ ການຈັດສັນພູມລໍາເນົາ ແລະ ອາຊີບ ປະກອບມີ 4 ພາກໃຫຍ່ ຄື:
- ພາກທີ I ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຈັດສັນພູມລຳເນົາ ແລະ ອາຊີບ
- ພາກທີ II ທິດນຳ, ວິໄສທັດ, ເປົ້າໝາຍ ແລະ ຄາດໝາຍສູ້ຊົນ
- ພາກທີ III ບັນດາແຜນງານ ປະກອບມີ 4 ແຜນງານ, 9 ວຽກຈຸດສຸມ ແລະ 30 ໂຄງການ
- ພາກທີ IV ຫຼັກການ ແລະ ມາດຕະການຈັດຕັ້ງປະຕິບັດ
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທາບທາມເອົາຄຳເຫັນຈາກຜູ້ແທນໃນທີ່ປະຊຸມຕໍ່ກັບໂຄງປະກອບ ແລະ ເນື້ອໃນຂອງຮ່າງຍຸດທະສາດການຈັດສັນພູມລຳເນົາ ແລະ ອາຊີບ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050.