ພິທີເປີດໂຄງການ ສລຊ (BRRRP)
ໃນວັນທີ 05 ມີນາ 2025 ທີ່ ຫ້ອງປະຊຸມ ໂຮງແຮມ ລາພຣາຊາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດ ໂຄງການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ (BRRRP). ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ Shanny Campbell ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ. ໂດຍມີຮອງເຈົ້າແຂວງຫຼວງພະບາງ, ຮອງເຈົ້າແຂວງໄຊຍະບູລີ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ກະຊວງການເງິນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ແທນຈາກບັນດາອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ບັນດາທ່ານຊ່ຽວຊານຈາກທະນາຄານພັດທະນາອາຊີ ຈາກຫ້ອງການ ປະຈຳ ສປປ ລາວ ແລະ ສຳນັກງານໃຫຍ່ ມານີລາ ປະເທດ ຟີລິບປິນ, ຜູ້ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກ, ສະພາແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ, ຄະນະປະສານງານໂຄງການຂັ້ນສູນກາງ ແລະ ຂັ້ນແຂວງ ຈຳນວນ 04 ແຂວງ ເປົ້າໝາຍຂອງໂຄງການ (ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ), ເຂົ້າຮ່ວມລວມທັງໝົດ ຈຳນວນ 108 ທ່ານ, ຍິງ 35 ທ່ານ.