Logo

ພັດທະນາຊົນນະບົດໃໝ່ ຕາມທິດຍືນຍົງ ແລະ ສີຂຽວ, ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ພັດທະນາທີ່ຕັ້ງພູມລຳເນົາ ແລະ ອາຊີບ ຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ

ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ໃນຕອນເຊົ້າ ຂອງວັນທີ 21 ມີນາ 2025 ທີ່ ຫ້ອງປະຊຸມໃຫຍ່ກົມພັດທະນາຊົນນະບົດ ໄດ້ຈັດພິທີເຜີຍແຜ່ ໂຄສະນາ-ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງພັກ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ບົວຫົງ ຄຳຫາ, ຫົວໜ້າກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ສະຫາຍ ບົວຫົງ ຄຳຫາ, ຫົວໜ້າກົມພັດທະນາຊົນນະບົດ ໄດ້ກ່າວວ່າ: ເພື່ອເປັນການຫວນຄືນປະຫວັດຄວາມເປັນມາ, ມູນເຊື້ອ, ຜົນງານການນໍາພາ ແລະ ສະເຫຼີມ ສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ເຕັມໄປດ້ວຍບັນຍາກາດທີ່ເບີກບານ ແລະ ສະແດງເຖິງນໍ້າໃຈຟົດຟື້ນປະຕິວັດ ໃນທົ່ວຂອບເຂດທົ່ວປະເທດ, ຍົກສູງບົດບາດຂອງພັກ, ຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ ແລະ ຄວາມບຸກບືນສູ້ຊົນຂອງພະນັກ ງານຫຼັກແຫຼ່ງຂອງກົມພັດທະນາຊົນນະບົດ ໃນການສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ຍູ້ແຮງໃຫ້ແກ່ການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ຮອບດ້ານໃນການນໍາພາຂອງພັກ ກໍ່ຄື ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ, ຂອງພັກ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

ຂ່າວ-ພາບ: ກຸ່ມວຽກຂໍ້ມູນຂ່າວສານ